TARGET Magazine

TARGET Magazine

Share

Target magazine online is derived from a famous business magazine “Target”. It is an online media

30/09/2026

ວັນທີ 28 ກັນຍາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະສານສົມທົບກັບ ປກສ ນະຄອນໄກສອນພົມວິຫານ ແລະ ອົງການໄອຍະການປະຊາຊົນແຂວງ ເປີດປະຕິບັດການບຸກກວດຄົ້ນເຄຫະສະຖານເປົ້າໝາຍຕ້ອງສົງໄສ 2 ຈຸດ ໃນນະຄອນໄກສອນພົມວິຫານ. ໂດຍຈຸດທີ 1 ໄດ້ເຂົ້າກວດຄົ້ນເຮືອນເຊົ່າຢູ່ບ້ານໂພນສະຫວ່າງໃຕ້ ສາມາດກັກຕົວຜູ້ຕ້ອງສົງໄສກໍ່ອາຊະຍາກຳທາງອິນເຕີເນັດ (ສະແກມເມີ) ໄດ້ທັງໝົດ 15 ຄົນ (ສັນຊາດຈີນ 14 ຄົນ ແລະ ສັນຊາດລາວ 1 ຄົນ) ພ້ອມຍຶດຂອງກາງອຸປະກອນກະທຳຜິດ ເຊັ່ນ ຄອມພິວເຕີຕັ້ງໂຕະ 38 ໜ່ວຍ ແລະ ໂທລະສັບສະມາດໂຟນ 41 ໜ່ວຍ.

ສ່ວນຈຸດທີ 2 ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນຫ້ອງແຖວໃຫ້ເຊົ່າຢູ່ບ້ານສະໜາມໄຊ ເຊິ່ງເປັນຈຸດເຄື່ອນໄຫວລັກລອບຊື້-ຂາຍສານເສບຕິດ ໂດຍສາມາດກັກຕົວຜູ້ຕ້ອງສົງໄສສັນຊາດລາວໄດ້ 2 ຄົນ (ຍິງ 1 ຄົນ) ພ້ອມກວດຍຶດຂອງກາງປະກອບມີ: ໃບກະທ້ອມ 3 ກະສອບໃຫຍ່ ກັບ 134 ຖົງນ້ອຍ, ນໍ້າຢາດີໄອ ຈຳນວນຫຼາຍເຖິງ 22,963 ຂວດ ແລະ ລົດໃຫຍ່ 1 ຄັນ. ປັດຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາເຄືອຂ່າຍຜູ້ຮ່ວມຂະບວນການທັງໝົດ ເພື່ອນຳຕົວມາດຳເນີນຄະດີ ແລະ ຮັບໂທດຕາມຂັ້ນຕອນຂອງກົດໝາຍຢ່າງເດັດຂາດ.

29/09/2026

ວັນທີ 26 ກັນຍາ 2026, ທີ່ນະຄອນນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81. ໃນໂອກາດນີ້, ທ່ານໄດ້ຢືນຢັນຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ຕໍ່ລະບົບການຮ່ວມມືຫຼາຍຝ່າຍທີ່ມີ ສປຊ ເປັນແກນກາງ, ຍຶດໝັ້ນຫຼັກການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ແລະ ສະໜັບສະໜູນຂໍ້ລິເລີ່ມປະຕິຮູບ UN80 Initiative; ພ້ອມທັງປະກາດຄວາມພ້ອມຢ່າງເປັນທາງການໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນທ້າຍປີ 2026 ໂດຍຮຽກຮ້ອງໃຫ້ວົງຄະນາຍາດສາກົນສືບຕໍ່ສະໜັບສະໜູນດ້ານເຕັກນິກ ແລະ ແຫຼ່ງທຶນໃນໄລຍະຂ້າມຜ່ານ 3 ປີ (2026–2029) ເພື່ອຮັບປະກັນການພັດທະນາທີ່ໂລ່ງລ່ຽນ ແລະ ຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນທິດທາງການພັດທະນາປະເທດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030) ທີ່ສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດທະເລໄປສູ່ປະເທດເຊື່ອມຈອດ ຜ່ານໂຄງການຍຸດທະສາດ ເຊັ່ນ ທາງລົດໄຟ ລາວ-ຈີນ ແລະ ໂຄງການທາງລົດໄຟ ລາວ-ຫວຽດນາມ ສູ່ທ່າເຮືອຫວຸ້ງອ່າງ ເພື່ອເປົ້າໝາຍກ້າວສູ່ການເປັນປະເທດລາຍຮັບປານກາງລະດັບສູງພາຍໃນປີ 2055. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກຄວາມເປັນແກນກາງຂອງອາຊຽນ ແລະ ເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18) ວ່າດ້ວຍຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ; ນອກຈາກນີ້, ທ່ານຍັງໄດ້ໃຫ້ສຳພາດຕໍ່ສະຖານີໂທລະພາບ CGTN ເພື່ອຊີ້ແຈງທັດສະນະຂອງລາວຕໍ່ບົດບາດຂອງປະເທດຂະໜາດນ້ອຍໃນເວທີສາກົນ ແລະ ຜົນປະໂຫຍດທາງເສດຖະກິດຈາກການຮ່ວມມືກັບສາກົນ.

ທີ່ມາ: ກະຊວງການຕ່າງປະເທດ

29/09/2026

ໃນວັນທີ 28 ກັນຍາ 2026, ໄດ້ເກີດເຫດການດິນເຈື່ອນລົງມາທັບແຄ້ມພັກເຊົາຂອງຄົນງານ ຢູ່ບໍລິເວນເຂດກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ໃນເຂດເມືອງປາກແບງ ແຂວງອຸດົມໄຊ ສ້າງຄວາມເປັນຫ່ວງເປັນໄຍຢ່າງຫຼວງຫຼາຍຕໍ່ຄວາມປອດໄພຂອງບັນດາແຮງງານ ແລະ ເຈົ້າໜ້າທີ່ທີ່ປະຕິບັດໜ້າທີ່ຢູ່ໃນພື້ນທີ່ດັ່ງກ່າວ. ຫຼັງເກີດເຫດ, ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ທີມກູ້ໄພສຸກເສີນໄດ້ຮີບຮ້ອນເຂົ້າຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອປະເມີນສະພາບຄວາມປອດໄພ ແລະ ໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.

ສຳລັບສາເຫດຕົ້ນຕໍ ແລະ ລາຍລະອຽດຄວາມເສຍຫາຍຕົວຈິງ ແມ່ນຍັງຢູ່ໃນຂັ້ນຕອນການກວດກາ ແລະ ລໍຖ້າການຖະແຫຼງຊີ້ແຈງຢ່າງເປັນທາງການຈາກເຈົ້າໜ້າທີ່ ແລະ ພາກສ່ວນທີ່ຮັບຜິດຊອບໂຄງການ, ເຊິ່ງໃນປະຈຸບັນຍັງບໍ່ທັນມີລາຍງານຕົວເລກຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດອອກມາຢ່າງເປັນທາງການເທື່ອ. ຕໍ່ກັບເຫດການບໍ່ຄາດຝັນດັ່ງກ່າວ, ສັງຄົມ ແລະ ມວນຊົນຕ່າງກໍໄດ້ສະແດງຄວາມເປັນຫ່ວງ, ຮ່ວມສົ່ງກຳລັງໃຈ ແລະ ພາວະນາຂໍໃຫ້ຄົນງານທຸກຄົນຕະຫຼອດຮອດເຈົ້າໜ້າທີ່ປະຕິບັດງານທຸກທ່ານປອດໄພຈາກອັນຕະລາຍທັງປວງ.

28/09/2026

ເມື່ອເວລາປະມານ 15:00 ໂມງ ຂອງວັນທີ 25 ກັນຍາ 2026, ເຈົ້າໜ້າທີ່ພາສີ ແລະ ໜ່ວຍງານຄວາມໝັ້ນຄົງຂອງໄທ ໄດ້ສົມທົບກັນກວດຄົ້ນບໍລິເວນຊ່ອງທາງຍ່າງຂາເຂົ້າ ດ່ານຊາຍແດນຫ້ວຍໂກ໋ນ, ເມືອງສະເຫຼີມພຣະກຽດ, ແຂວງນ່ານ ແລະ ໄດ້ກັກຕົວແມ່ຍິງສັນຊາດລາວ 1 ຄົນ ພ້ອມກະເປົາເດີນທາງສີຂຽວ. ຈາກການກວດຄົ້ນພົບຂອງກາງປະກອບມີ ຜະລິດຕະພັນທີ່ລະບຸວ່າເປັນ “ຄໍລາເຈນ” ຊອງສີດຳ ຕາ Rolls-Royce ຈຳນວນ 32 ຊອງ (ນ້ຳໜັກປະມານ 2.04 ກິໂລກຣາມ), ຄໍລາເຈນຊອງສີບົວ ຕາວົວແມ່ກະທິງ ຈຳນວນ 99 ຊອງ (ນ້ຳໜັກປະມານ 6.33 ກິໂລກຣາມ), ພ້ອມທັງຢາສູບໄຟຟ້າຫຼາຍລຸ້ນລວມກັນຫຼາຍກວ່າ 50 ອັນ ແລະ ໂທລະສັບມືຖື 1 ເຄື່ອງ; ເບື້ອງຕົ້ນເມື່ອທົດສອບສານໃນຄໍລາເຈນດັ່ງກ່າວ ພົບວ່າມີການປ່ຽນສີເປັນສີນ້ຳຕານດຳ ເຊິ່ງຍັງຕ້ອງລໍຖ້າຜົນກວດວິເຄາະທາງຫ້ອງທົດລອງຢ່າງລະອຽດ ເພື່ອຢັ້ງຢືນວ່າເປັນສານເສບຕິດຊະນິດໃດແທ້.

ຈາກການສອບຖາມເບື້ອງຕົ້ນ, ຜູ້ຖືກຫາໃຫ້ການອ້າງວ່າ ຂອງກາງດັ່ງກ່າວບໍ່ແມ່ນຂອງຕົນເອງ ແຕ່ໄດ້ຮັບຈ້າງຂົນສົ່ງໄປໃຫ້ຄົນໄທຢູ່ແຂວງຕາກ ໂດຍຈະໄດ້ຮັບຄ່າຈ້າງ 15,000 ບາດ ເມື່ອສົ່ງມອບສຳເລັດ. ປັດຈຸບັນ ເຈົ້າໜ້າທີ່ໄທໄດ້ຄວບຄຸມຕົວຜູ້ກ່ຽວພ້ອມຂອງກາງ ສົ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ສະຖານີຕຳຫຼວດພູທອນສະເຫຼີມພຣະກຽດ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ ແລະ ຂະຫຍາຍຜົນຫາຜູ້ວ່າຈ້າງ; ພ້ອມກັນນີ້ ຍັງໄດ້ແຈ້ງເຕືອນມາຍັງສັງຄົມ ໂດຍສະເພາະກຸ່ມໄວໜຸ່ມ ໃຫ້ລະມັດລະວັງຜະລິດຕະພັນອາຫານເສີມທີ່ບໍ່ຮູ້ແຫຼ່ງທີ່ມາຈະແຈ້ງ ເຊິ່ງອາດມີການລັກລອບປະສົມສານທີ່ອອກລິດກະຕຸ້ນປະສາດ.

28/09/2026

ວັນທີ 28 ກັນຍາ 2026, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຊານໄຊ ແຂວງອັດຕະປື ໄດ້ອອກແຈ້ງການເລກທີ 15/ຫອດ ເຖິງຄະນະກຳມະການປົກຄອງຕາແສງຄຳເບໂຊ, ຂະແໜງການອ້ອມຂ້າງເມືອງ, ພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນຢູ່ ບ້ານຫີນດຳດອນແຄນ, ບ້ານຕາດກຸ່ມ ແລະ ບ້ານໃໝ່ມາກອກ ກ່ຽວກັບການກະກຽມປ່ອຍນ້ຳຂອງເຂື່ອນໄຟຟ້າເຊກະໝານ 1. ການແຈ້ງເຕືອນດັ່ງກ່າວ ມີຂຶ້ນພາຍຫຼັງບໍລິສັດໄຟຟ້າເຂື່ອນເຊກະໝານ 1 ຈຳກັດ ແຈ້ງວ່າ ລະດັບນ້ຳໃນອ່າງເກັບນ້ຳ ວັດແທກເມື່ອວັນທີ 25 ກັນຍາ 2026 ຢູ່ທີ່ລະດັບ 229,25 ແມັດ ແລະ ມີປະລິມານນ້ຳໄຫຼເຂົ້າອ່າງສະເລ່ຍສູງເຖິງ 395 ແມັດກ້ອນຕໍ່ວິນາທີ. ເນື່ອງຈາກຄາດການສະພາບອາກາດອາດຈະມີຝົນຕົກລົງມາຕື່ມອີກ, ທາງໂຄງການຈຶ່ງມີຄວາມຈຳເປັນຕ້ອງລະບາຍນ້ຳ ເພື່ອຮອງຮັບການຕັດສັນນ້ຳ ແລະ ຮັບປະກັນຄວາມປອດໄພຂອງເຂື່ອນ ລວມທັງຊີວິດ ແລະ ຊັບສິນຂອງປະຊາຊົນ.

ຕາມແຜນການ, ເຂື່ອນໄຟຟ້າເຊກະໝານ 1 ຈະເລີ່ມດຳເນີນການລະບາຍນ້ຳຜ່ານຝາຍປະຕູນ້ຳລົ້ນ ໃນວັນທີ 2 ຕຸລາ 2026 ເປັນຕົ້ນໄປ. ໂດຍຈະປ່ອຍນ້ຳຜ່ານຝາຍນ້ຳລົ້ນ 60 ແມັດກ້ອນຕໍ່ວິນາທີ ແລະ ປ່ອຍຜ່ານກັງຫັນຜະລິດໄຟຟ້າ 320 ແມັດກ້ອນຕໍ່ວິນາທີ, ລວມປະລິມານນ້ຳທີ່ປ່ອຍລົງສູ່ຕອນລຸ່ມທັງໝົດ 380 ແມັດກ້ອນຕໍ່ວິນາທີ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນມາຍັງພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນ ທີ່ຕັ້ງພູມລຳເນົາ, ທຳການຜະລິດ ແລະ ຊອກຢູ່ຫາກິນຕາມແຄມຫວ້ຍ ຫຼື ລຳເຊທີ່ໃກ້ຄຽງກັບລຳເຊກະໝານ ໃນເຂດຕອນລຸ່ມຂອງເຂື່ອນເຊກະໝານ 1 ແລະ ເຂື່ອນເຊກະໝານ 0 ໃຫ້ເພີ່ມຄວາມລະມັດລະວັງສູງ, ຕິດຕາມສະພາບລະດັບນ້ຳຢ່າງໃກ້ຊິດ ແລະ ກະກຽມຮັບມືກັບການປ່ຽນແປງຂອງປະລິມານນ້ຳຢ່າງທັນການ.

(ແຈ້ງການເພີ່ມເຕີມກ້ອງຄອມເມັ້ນ)

24/09/2026

ວັນທີ 24 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ເຊິ່ງນັບແຕ່ກາງເດືອນມິຖຸນາ 2026 ເປັນຕົ້ນມາ ໄດ້ເກີດການລະບາດຮອບໃໝ່ ແລະ ຂະຫຍາຍວົງກວ້າງອອກສູ່ 7 ແຂວງ (ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ອຸດົມໄຊ ແລະ ຫຼວງພະບາງ) ກວມເອົາ 19 ເມືອງ ແລະ 95 ບ້ານ. ມາຮອດວັນທີ 22 ກັນຍາ 2026, ພົບໝູຕາຍ ແລະ ຖືກທຳລາຍແລ້ວ 14,002 ໂຕ (ໝູລ້ຽງແບບຄອບຄົວ 79.2% ແລະ ໝູຟາມ 20.8%), ລວມມູນຄ່າເສຍຫາຍເບື້ອງຕົ້ນກວ່າ 58.8 ຕື້ກີບ; ສາເຫດຕົ້ນຕໍເກີດຈາກຊາວກະສິກອນບາງສ່ວນຍັງຂາດມາດຕະການປ້ອງກັນທາງຊີວະພາບ, ມີການລັກລອບນຳເຂົ້າສັດ-ຜະລິດຕະພັນສັດຜິດກົດໝາຍ ແລະ ການສວຍໂອກາດຂ້າ-ຂາຍສັດຕິດເຊື້ອ.

ເພື່ອຫຼຸດຜ່ອນຜົນກະທົບຕໍ່ຜູ້ປະກອບການ ແລະ ຊາວກະສິກອນ, ທາງພາກສ່ວນກ່ຽວຂ້ອງໄດ້ກຳນົດມາດຕະການຜ່ອນຜັນແບບມີເງື່ອນໄຂຕາມ 3 ເຂດສີ: “ເຂດສີແດງ” (ເຂດລະບາດ) ສືບຕໍ່ໂຈະການເຄື່ອນຍ້າຍໝູ ແລະ ຊີ້ນໝູລະຫວ່າງແຂວງ, ເມືອງ ແລະ ຫ້າມນຳເຂົ້າຈາກຕ່າງປະເທດເດັດຂາດ; “ເຂດສີເຫຼືອງ” (ເຂດສ່ຽງ) ຕິດຕາມໃກ້ຊິດ ໂດຍຟາມລະບົບປິດມາດຕະຖານອາດໄດ້ຮັບການພິຈາລະນາເຄື່ອນຍ້າຍເປັນກໍລະນີພິເສດ ຫາກຜ່ານການຕິດຕາມ 14 ວັນ ແລະ ກວດບໍ່ພົບເຊື້ອ; ສ່ວນ “ເຂດສີຂຽວ” (ເຂດບໍ່ທັນລະບາດ) ອະນຸຍາດໃຫ້ເຄື່ອນຍ້າຍ ແລະ ຈຳໜ່າຍໄດ້ ແຕ່ຕ້ອງມີການກວດເລືອດ, ມີໃບຢັ້ງຢືນຈາກສັດຕະວະແພດ ແລະ ຂ້າເຊື້ອພາຫະນະຢ່າງຮັດກຸມ. ພ້ອມດຽວກັນ, ທ່ານຫົວໜ້າກົມ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຢ່າແຕກຕື່ນ ເນື່ອງຈາກພະຍາດດັ່ງກ່າວບໍ່ຕິດຕໍ່ສູ່ຄົນ, ຜູ້ບໍລິໂພກຍັງສາມາດຮັບປະທານຊີ້ນໝູໄດ້ຕາມປົກກະຕິ ພຽງແຕ່ເລືອກຊື້ຈາກແຫຼ່ງທີ່ໄດ້ມາດຕະຖານ ແລະ ປຸງແຕ່ງໃຫ້ສຸກດີກ່ອນບໍລິໂພກ.

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

24/09/2026

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ໄດ້ດຳເນີນໃນລະຫວ່າງວັນທີ 22–23 ກັນຍາ 2026 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ໂດຍມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ການນຳທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເຖິງວ່າຈະປະເຊີນກັບຜົນກະທົບຈາກໄພນໍ້າຖ້ວມໃນບາງທ້ອງຖິ່ນ, ແຕ່ສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບໃນສັງຄົມຍັງໄດ້ຮັບການຮັກສາຢ່າງໜັກແໜ້ນ; ດ້ານເສດຖະກິດ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 78% ຂອງແຜນການປີ, ປະຕິບັດລາຍຈ່າຍໄດ້ 56% ແລະ ຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 7,7%. ພ້ອມນີ້, ທີ່ປະຊຸມຍັງໄດ້ເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງແຜນດຳເນີນງານແຫ່ງຊາດດ້ານແມ່-ເດັກ ແລະ ຄວາມສະເໝີພາບຍິງ-ຊາຍ, ຮ່າງຍຸດທະສາດປັນຍາປະດິດ (AI) ແຫ່ງຊາດ, ຮ່າງຍຸດທະສາດການພັດທະນາ ແລະ ນຳໃຊ້ດາວທຽມ (2026–2035) ລວມທັງຮ່າງກົດໝາຍສຳຄັນຫຼາຍສະບັບ.

ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026, ລັດຖະບານໄດ້ຊີ້ນຳໃຫ້ທຸກພາກສ່ວນສືບຕໍ່ຮັກສາຄວາມສະຫງົບຮຽບຮ້ອຍ, ເດັດດ່ຽວສະກັດກັ້ນ ແລະ ແກ້ໄຂບັນຫາສະແກມເມີ, ຢາເສບຕິດ, ອຸບັດເຫດ ແລະ ການສ້າງຂ່າວປອມ; ພ້ອມທັງເລັ່ງແກ້ໄຂບັນຫາການເຄື່ອນໄຫວຜິດລະບຽບກົດໝາຍ ແລະ ບິດເບືອນຫຼັກທຳທາງພຸດທະສາສະໜາຢູ່ສູນປະຕິບັດທຳຫຼັກ 38 ເມືອງປາກງື່ມ. ດ້ານເສດຖະກິດ-ສັງຄົມ ແມ່ນສຸມໃສ່ເກັບລາຍຮັບງົບປະມານໃຫ້ຄົບຖ້ວນ, ສ້ອມແປງເສັ້ນທາງຫຼວງທີ່ເປ່ເພຈາກໄພນໍ້າຖ້ວມ, ຄວບຄຸມການລະບາດຂອງພະຍາດອະຫິວາໝູຢູ່ 6 ແຂວງ, ຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສົ່ງເສີມການຜະລິດພາຍໃນ; ນອກຈາກນີ້, ຍັງໄດ້ເນັ້ນໜັກການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມສະໄໝວິສາມັນຂອງສູນກາງພັກ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນເດືອນຕຸລານີ້ໃຫ້ທັນເວລາ ແລະ ມີຄຸນນະພາບສູງ.

ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

24/09/2026

ເພື່ອຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ແນໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໃນວັນທີ 21-22 ກັນຍາ 2026, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການມ້າງກຸ່ມແກ້ງເຄືອຂ່າຍຜິດກົດໝາຍໃນເຂດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງສາມາດກັກຕົວຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ (ຍິງ 2 ຄົນ). ໂດຍໃນວັນທີ 21 ກັນຍາ 2026, ເຈົ້າໜ້າທີ່ໄດ້ເຂົ້າກວດກາເຮືອນວິນລາ 2 ຊັ້ນ ຢູ່ບ້ານດົງສະຫວາດ ສາມາດຈັບກຸມຜູ້ຕ້ອງຫາໄດ້ 26 ຄົນ (ຍິງ 2 ຄົນ) ເຊິ່ງເປັນສັນຊາດຈີນ 22 ຄົນ ແລະ ໄຕ້ຫວັນ 4 ຄົນ ພ້ອມທັງຍຶດຂອງກາງອຸປະກອນກະທຳຜິດ ເຊັ່ນ ໂທລະສັບມືຖື, ຄອມພິວເຕີ ແລະ ອຸປະກອນອີເລັກໂຕນິກອື່ນໆອີກຫຼາຍລາຍການ.

ຕໍ່ມາໃນວັນທີ 22 ກັນຍາ 2026, ເຈົ້າໜ້າທີ່ຄະນະສະເພາະກິດ ໄດ້ສືບຕໍ່ຂະຫຍາຍຜົນເຂົ້າກວດຄົ້ນອີກ 4 ເປົ້າໝາຍໃນເມືອງສີສັດຕະນາກ ຄື: ເຮືອນພັກສາຍລົມເຢັນ, ໂຮງແຮມລັດສະໝີ, ອາພາດເມັ້ນພອນທິບພລາຊາ ແລະ ອາພາດເມັ້ນທິບບາຍເວັນແດັມ ເຊິ່ງສາມາດກັກຕົວຜູ້ຕ້ອງຫາສັນຊາດຈີນເພີ່ມຕື່ມໄດ້ອີກ 7 ຄົນ. ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະໄດ້ຄວບຄຸມຕົວຜູ້ຕ້ອງຫາທັງໝົດ 33 ຄົນ ພ້ອມຂອງກາງ ໄປດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ຮ່ວມຂະບວນການທີ່ຍັງເຫຼືອ ແລະ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ຄວາມສະຫງົບ

24/09/2026

ໃນຕອນບ່າຍຂອງວັນທີ 23 ກັນຍາ 2026 ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ປະເທດອາເມຣິກາ ດ້ວຍເຮືອບິນພິເສດ ເພື່ອເລີ່ມການຢ້ຽມຢາມອາເມຣິກາທາງລັດຖະກິດ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສທາງລາຍລັກອັກສອນ ໂດຍເນັ້ນໜັກວ່າ ຈີນ ແລະ ອາເມຣິກາ ລ້ວນແຕ່ເປັນປະເທດ ແລະ ມີປະຊາຊົນທີ່ຍິ່ງໃຫຍ່, ສອງຝ່າຍມີຜົນປະໂຫຍດເຊື່ອມໂຍງກັນຢ່າງເລິກເຊິ່ງ ຈຶ່ງຄວນກາຍເປັນຄູ່ຮ່ວມງານ ແທນທີ່ຈະເປັນຄູ່ແຂ່ງກັນ; ພ້ອມດຽວກັນ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຈີນ ກັບການເຮັດໃຫ້ອາເມຣິກາກັບມາຍິ່ງໃຫຍ່ອີກຄັ້ງ ແມ່ນສາມາດດຳເນີນໄປຄຽງຄູ່ກັນໄດ້ ໂດຍບໍ່ຈຳເປັນຕ້ອງຂັດແຍ້ງກັນ ເພື່ອນຳເອົາຜົນປະໂຫຍດ ແລະ ຄວາມສຸກມາສູ່ປະຊາຊົນທັງສອງຊາດ ແລະ ທົ່ວໂລກ.

ທ່ານປະທານປະເທດຈີນ ຍັງໄດ້ຊີ້ໃຫ້ເຫັນວ່າ ຕັກກະດ້ານປະຫວັດສາດຂອງການຢູ່ຮ່ວມກັນໂດຍສັນຕິ, ຄວາມປາຖະໜາອັນດີງາມຂອງປະຊາຊົນສອງຝ່າຍ ແລະ ຄວາມຄາດຫວັງຂອງປະຊາຄົມໂລກທີ່ມີຕໍ່ສາຍພົວພັນ ຈີນ-ອາເມຣິກາ ແມ່ນບໍ່ເຄີຍປ່ຽນແປງ. ທັງສອງຝ່າຍຄວນກ້າວໄປສູ່ທິດທາງດຽວກັນ ເພື່ອສ້າງສາຍພົວພັນທີ່ໝັ້ນຄົງ, ຄວບຄຸມຄວາມຂັດແຍ້ງ ແລະ ບຸກເບີກເສັ້ນທາງການຢູ່ຮ່ວມກັນຂອງປະເທດໃຫຍ່ໃນຍຸກໃໝ່; ທ່ານຍັງຄອງຄອຍທີ່ຈະໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກັບທ່ານປະທານາທິບໍດີ ໂດໂນ ທຣຳ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ, ພົບປະກັບບຸກຄົນສຳຄັນຈາກຫຼາຍວົງການຂອງອາເມຣິກາ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ ເພື່ອສ້າງຄວາມໝັ້ນຄົງ ແລະ ສັນຕິພາບໃຫ້ແກ່ໂລກ.

23/09/2026

ໃນວັນທີ 18 ກັນຍາ 2026, ໃນກອງປະຊຸມການຮ່ວມມື ແລະ ພັດທະນາດ້ານການເງິນ ຈີນ-ອາຊຽນ ປະຈຳປີ 2026 ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ, ໄດ້ມີພິທີເປີດໂຕການເຊື່ອມລະບົບຊຳລະລາວກັບເງິນດິຈິຕອນຢວນ (e-CNY) ສຳລັບພາກປະຊາຊົນ ພ້ອມທັງລິເລີ່ມທົດລອງການໂອນເງິນພາກທຸລະກິດ ແລະ ການລົງທຶນຜ່ານລະບົບ CBETS ລະຫວ່າງ ລາວ-ຈີນ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທ່ານ LU Lei ຮອງຜູ້ວ່າການທະນາຄານປະຊາຊົນຈີນ ພ້ອມດ້ວຍຜູ້ແທນຂັ້ນສູງຈາກທັງສອງຝ່າຍ. ໃນງານຍັງໄດ້ມີການລົງນາມສັນຍາລະຫວ່າງ DCI ແລະ LAPNet ເພື່ອເຊື່ອມຕໍ່ລະບົບຊຳລະຂ້າມແດນ ເຊິ່ງໃນໄລຍະທຳອິດ ຜູ້ຊົມໃຊ້ຈາກຝ່າຍຈີນຈະສາມາດນຳໃຊ້ e-CNY wallet ສະແກນຊຳລະຄ່າສິນຄ້າ ແລະ ບໍລິການຜ່ານ Lao QR ຢູ່ ສປປ ລາວ ໄດ້ກ່ອນ.

ນອກຈາກການຊຳລະສຳລັບພາກປະຊາຊົນແລ້ວ, ໂຄງການຍັງໄດ້ທົດລອງລະບົບ CBETS (Cross Border e-CNY Transfer System) ສຳລັບການໂອນເງິນໃນພາກທຸລະກິດ ແລະ ການລົງທຶນຮ່ວມກັບບາງບໍລິສັດຈີນທີ່ມາລົງທຶນໃນລາວ ເຊິ່ງເຕັກໂນໂລຊີໃໝ່ນີ້ຈະຊ່ວຍຫຼຸດຜ່ອນຂັ້ນຕອນການໂອນເງິນຂ້າມແດນແບບດັ້ງເດີມ, ເພີ່ມຄວາມວ່ອງໄວ, ໂປ່ງໃສ ແລະ ຊ່ວຍຕິດຕາມທຸລະກຳໃຫ້ຖືກເປົ້າໝາຍ. ເຫດການຄັ້ງນີ້ຖືເປັນໝາກຜົນອັນພົ້ນເດັ່ນຂອງການຮ່ວມມືລະຫວ່າງ ທຫລ ແລະ ທະນາຄານປະຊາຊົນຈີນ ໃນການພັດທະນາພື້ນຖານໂຄງລ່າງການເງິນດິຈິຕອນ ເພື່ອຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວສອງຝ່າຍ ລວມທັງຍົກລະດັບການຮ່ວມມືດ້ານການເງິນລະຫວ່າງ ຈີນ-ອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທີ່ມາ: ທະນາຄານແຫ່ງ ສປປ ລາວ - Bank of the Lao PDR

Telephone

Alerts

Be the first to know and let us send you an email when TARGET Magazine posts news and promotions. Your email address will not be used for any other purpose, and you can unsubscribe at any time.