World Food Programme
Contact information, map and directions, contact form, opening hours, services, ratings, photos, videos and announcements from World Food Programme, Nonprofit Organization, 17°56'19. 3"N 102°38'00. 4"E, Vientiane.
In Laos, the World Food Programme concentrates on four priorities: ensuring that people have enough food throughout the year, ending poor diets, coping with the changing climate, and helping Lao authorities to address all these challenges.
[English text below] 📚🍚 "ການມາໂຮງຮຽນແມ່ນບໍ່ໄດ້ແມ່ນພຽງແຕ່ການມາຮຽນໜັງສືເທົ່ານັ້ນ, ແຕ່ຍັງເປັນການໄດ້ກິນອາຫານທ່ຽງທີ່ມີໂພຊະນາການອີກດ້ວຍ." ນີ້ແມ່ນຄວາມເປັນຈິງສໍາລັບເດັກນ້ອຍບາງຄົນ, ເພາະວ່າອາຫານຢູ່ໂຮງຮຽນອາດຈະເປັນອາຫານພຽງຄາບດຽວທີ່ເຂົາເຈົ້າໄດ້ກິນອີ່ມທ້ອງໃນແຕ່ລະວັນ.
ນີ້ແມ່ນໜຶ່ງໃນຫຼາຍໆເຫດການທີ່ສ້າງຄວາມປະທັບໃຈ ແລະ ຊາບຊຶ້ງໃນຫົວໃຈຂອງນິດທິດາ, ຜູ້ປະສານງານພາກສະໜາມຂອງພວກເຮົາ. ການທີ່ຮູ້ວ່າວຽກງານຂອງລາວມີສ່ວນຊ່ວຍໃຫ້ເດັກນ້ອຍທຸກຄົນໄດ້ຮັບອາຫານຢູ່ໂຮງຮຽນທີ່ມີປະໂຫຍດ, ມີສະມາທິໃນຮຽນຮູ້ ໄດ້ສ້າງຄວາມພາກພູມໃຈຢ່າງເລິກເຊິ່ງໃຫ້ກັບລາວ. 💙
📚🍚"Coming to school wasn't just about studying, it was also about having access to a nutritious lunch." This is the reality for some children, as a school meal can be the only meal they receive in a day.
This is one of the many moments that touched the heart of Nidthida, our field coordinator. Knowing her work helps ensure every child can enjoy a healthy school meal, have the energy to stay focused and learn gives her a deep sense of purpose and fulfilment. 💙
03/09/2026
[English text below] ເມື່ອເກີດເຫດການໄພພິບັດຈາກສະພາບອາກາດທີ່ຮຸນແຮງ, ການຊ່ວຍເຫຼືອແບບດັ້ງເດີມອາດຕ້ອງໃຊ້ເວລາຫຼາຍອາທິດໃນການລະດົມ. ສໍາລັບຜູ້ປະສົບໄພແລ້ວ, ແມ່ນບໍ່ສາມາດທີ່ຈະລໍຖ້າໄດ້. 🇱🇦⛈️
ຢູ່ ສປປ ລາວ, ພວກເຮົາກຳລັງດຳນີນການປ່ຽນແປງກ່ຽວກັບເລື່ອງນີ້.
ຫຼັງຈາກເຫດການນໍ້າຖ້ວມຢ່າງຮຸນແຮງໃນຂອບເຂດທົ່ວປະເທດໃນອາທິດທີ່ຜ່ານມາ, ກົມມະທັນປະກັນໄພທີ່ຖືກອອກແບບໂດຍ ສະຖາບັນປະກັນໄພຄວາມສ່ຽງຈາກໄພພິບັດ ແຫ່ງ ອາຊີຕາເວັນອອກສ່ຽງໃຕ້ (SEADRIF) ແລະ ອົງການອາຫານໂລກ (WFP) ແຫ່ງສະຫະປະຊາຊາດ ໄດ້ເຮັດວຽກໂດຍອັດຕະໂນມັດທັນທີ ເມື່ອຈຳນວນຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມກາຍ 200,000 ຄົນ.
ຜົນລັບແມ່ນຫຍັງ? ເງິນຈໍານວນ 1.14 ລ້ານໂດລາສະຫະລັດ ຖືກເບີກຈ່າຍໃຫ້ ແກ່ ສປປ ລາວ ພາຍໃນ 5 ມື້ລັດຖະການເທົ່ານັ້ນ. ⚡
ໃນນີ້, ອົງການອາຫານໂລກ (WFP) ໄດ້ຮັບເງິນທຶນຈໍານວນ $137,500 ໂດລາສະຫະລັດທີ່ມີການຈັດສັນໄວ້ລ່ວງໜ້າ, ເພື່ອຮັບປະກັນການຈັດຕັ້ງປະຕິບັດການຕອບໂຕ້ສຸກເສີນທີ່ວ່ອງໄວ ແລະ ມີປະຊາຊົນເປັນສູນກາງ. ຍ້ອນວ່າພວກເຮົາບໍ່ຈຳເປັນຕ້ອງລໍຖ້າການປະເມີນຄວາມເສຍຫາຍທີ່ໃຊ້ເວລາດົນນານ ຫຼື ການຮຽກຮ້ອງລະດົມທຶນຫຼັງໄພພິບັດ, ທີມງານຂອງພວກເຮົາສາມາດໃຊ້ທຶນເຫຼົ່ານີ້ໄປເປັນ:
🌾 ການແຈກຢາຍອາຫານສຸກເສີນສໍາລັບຊຸມຊົນທີ່ໄດ້ຮັບຜົນກະທົບໜັກ ແລະ ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ
💳 ການແຈກຢາຍເງິນສົດໂດຍກົງ ເພື່ອໃຫ້ຄອບຄົວສາມາດຊື້ອາຫານ, ນໍ້າສະອາດ, ຢາປົວພະຍາດ, ແລະ ອຸປະກອນທີ່ຈຳເປັນ
🛒 ສ້າງຄວາມໝັ້ນຄົງທາງດ້ານເສດຖະກິດໃຫ້ແກ່ຕະຫຼາດທ້ອງຖິ່ນ
When a extreme weather event hits, traditional aid can take weeks to mobilise. For a family watching floodwaters rise, there is no time to wait. 🇱🇦⛈️
In Laos, we are changing the narrative.
Following severe monsoon flooding across the country in the past weeks, an insurance policy designed by the Southeast Asia Disaster Risk Insurance Facility SEADRIF and the UN World Food Programme (WFP) triggered automatically as the flood impacts crossed the 200,000-person threshold.
The result? US$1.14 million disbursed to Lao PDR in just five business days. ⚡
WFP received $137,500 of this pre-arranged funding, in order to ensure people-centered implementation of fast-release emergency response. Because we didn't have to wait for lengthy damage assessments or post-disaster fundraising appeals, our teams can immediately convert these funds into:
🌾 Emergency food distributions for isolated communities
💳 Direct cash transfers so families can buy clean water, medicine, and building materials
🛒 Economic stability for local markets when most needed
United Nations in Lao PDR UNDRR World Bank Laos ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ World Meteorological Organization
03/09/2026
[English below]
💬ການເຂົ້າເຖິງອາຫານ ເປັນສິດຂັ້ນພື້ນຖານຂອງທຸກຄົນ.ໃນສະພາວະສຸກເສີນ ແລະ ວິກິດ ຄົນພິການແມ່ນມີຄວາມຫຍຸ້ງຍາກຫຼາຍ ໃນການເຂົ້າເຖິງອາຫານ, ຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອ.
ການກຳຈັດສິ່ງກີດຂວາງຕ່າງໆ ແມ່ນສາມາດຮັບປະກັນວ່າ ການຊ່ວຍເຫຼືອຈະໄປຮອດໄປເຖິງທຸກຄົນ ແລະ ບໍ່ມີໃຜຖືກມອງຂ້າມໃນເວລາທີ່ຕ້ອງການ.
----------
💬Access to food is a basic right. During emergencies and times of crisis, persons with disabilities often face greater challenges in accessing food, information, and support.
Removing barriers can help ensure that assistance reaches everyone and that no one is overlooked in times of need.
02/09/2026
[English text below] 🌧️ ນັບຕັ້ງແຕ່ຕົ້ນເດືອນມິຖຸນາເປັນຕົ້ນມາ, ພາຍຸລະດູຮ້ອນ ແລະ ຝົນຕົກໜັກ ໄດ້ສົ່ງຜົນໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ, ນ້ຳຖ້ວມໄຫຼຊູ, ດິນເຈື່ອນ, ແລະ ຕາຝັ່ງເຈື່ອນ ໃນຫຼາຍພື້ນທີ່ທົ່ວປະເທດລາວ.
ຮອດວັນທີ 25 ສິງຫາ, ມີ 13 ແຂວງ, 73 ເມືອງ, ແລະ 1,102 ບ້ານ, 50,000 ຄອບຄົວ ແລະ ປະຊາຊົນ 242,669 ຄົນໄດ້ຮັບຜົນກະທົບ. ໃນນັ້ນ, ມີຜູ້ເສຍຊີວິດ 6 ຄົນ. ເຮືອນຊານ, ເຂດທຳການຜະລິດ, ເສັ້ນທາງ, ໂຮງຮຽນ, ແລະ ລະບົບນ້ຳ ໄດ້ຮັບຄວາມເສຍຫາຍ, ເຊິ່ງລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 324.9 ພັນລ້ານກີບ (ປະມານ 14.4 ລ້ານໂດລາສະຫະລັດ).
ໃນຂະນະທີ່ຝົນຍັງຕົກຢ່າງຕໍ່ເນື່ອງ, ຫຼາຍຄອບຄົວ ແລະ ຊຸມຊົນຍັງຈະຕ້ອງປະເຊີນກັບຄວາມທ້າທາຍ ແລະ ຄວາມເສຍຫາຍທີ່ອາດເພີ່ມຂຶ້ນ. ອົງການອາຫານໂລກ (WFP) ໄດ້ມີການປະສານງານຢ່າງໃກ້ຊິດກັບລັດຖະບານ ແລະ ຂະແໜງການທີ່ກ່ຽວກັບວຽກງານຕອບໂຕ້ໄພພິບັດສຸກເສີນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການອັນຮີບດ່ວນທີ່ສຸດ.
🌧️ Since early June, tropical storms and monsoon rains have triggered widespread flooding, flash floods, landslides, and riverbank erosion across Laos.
As of 25 August, 13 provinces, 73 districts, and 1,102 villages were affected, impacting nearly 50,000 families and 242,669 people. 6 people lost their lives, and homes, farmland, roads, schools, and water systems were damaged, with losses exceeding LAK 324.9 billion (USD 14.4 million).
As rainfall continues, more families and communities will be facing ongoing challenges and additional damage. That is why WFP coordinates closely with the Government and emergency clusters to respond quickly to the most urgent needs.
United Nations in Lao PDR
19/08/2026
[English text below] 🚨🌏 ເບື້ອງຫຼັງຂອງການຕອບໂຕ້ເຫດການໄພພິບັດສຸກເສີນທຸກໆຄັ້ງແມ່ນຄວາມທຸ້ມເທຂອງບຸກຄະລາກອນທີ່ເຮັດວຽກຢູ່ເບື້ອງຫຼັງ ເພື່ອຮັບປະກັນວ່າຊຸມຊົນມີຄວາມພ້ອມ ເມື່ອເກີດວິກິດການ.
ມາຮູ້ຈັກກັບ ທ່ານ ລະລົງກອນ, ໜຶ່ງໃນບຸກຄະລາກອນສຳຄັນຂອງ ທີມງານການກຽມພ້ອມ ແລະ ຕອບໂຕ້ໄພພິບັດສຸກເສີນ ຂອງ ອົງການອາຫານໂລກ (WFP) ປະຈຳ ສປປ ລາວ. ນັບຕັ້ງແຕ່ການສ້າງຄວາມເຂັ້ມແຂງໃຫ້ກັບລະບົບແຈ້ງເຕືອນໄພລ່ວງໜ້າ ແລະ ແຜນກຽມພ້ອມຮັບມືກັບເຫດການສຸກເສີນໄພພິບັດ, ຈົນເຖິງການປະສານງານການຕອບໂຕ້ຢ່າງທັນການໃນຍາມເກີດວິກິດ, ທ່ານ ລະລົງກອນ ຊ່ວຍຮັບປະກັນວ່າ ການຊ່ວຍເຫຼືອເພື່ອຊ່ວຍຊີວິດປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ສາມາດເຂົ້າເຖິງໂດຍສະເພາະຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດໄດ້ທັນເວລາ.
ເນື່ອງໃນໂອກາດ ວັນມະນຸດສະທຳໂລກ, ພວກເຮົາຂໍຍົກຍ້ອງຄວາມທຸ້ມເທ, ຄວາມເປັນມືອາຊີບ ແລະ ຄວາມພະຍາຍາມ ຂອງເພື່ອນຮ່ວມງານທຸກໆທ່ານ, ເຊິ່ງຄວາມພະຍາຍາມຂອງພວກເຂົາໄດ້ຊ່ວຍສ້າງອະນາຄົດທີ່ປອດໄພ ແລະ ຕ້ານທານກັບຜົນກະທົບໄດ້ດີກວ່າເກົ່າ ໃຫ້ກັບຊຸມຊົນທີ່ບອບບາງ ແລະ ມີຄວາມສ່ຽງໃນຂອບເຂດທົ່ວ ສປປ ລາວ.
🚨🌏 Behind every emergency response is a dedicated person working behind the scenes to ensure communities are ready when crises strike.
Meet Lalongkone, an essential part of WFP Laos' Emergency Preparedness and Response team. From strengthening early warning systems and contingency plans to coordinating rapid response efforts during emergencies, Lalongkone helps ensure that life-saving assistance can reach people when it is needed most.
This World Humanitarian Day, we recognise the commitment, professionalism and compassion of colleagues like him, whose work helps build a safer and more resilient future for vulnerable communities across Lao PDR.
[english text below] ການທີ່ໄດ້ເຫັນຫຼາຍໆໂຮງຮຽນຢູ່ແຂວງອຸດົມໄຊໄດ້ຮັບການປັບປຸງພື້ນຖານໂຄງລ່າງ, ລວມທັງເຮືອນຄົວ ແລະ ລະບົບນ້ຳ, ເພື່ອສ້າງສະພາບແວດລ້ອມທີ່ດີຂຶ້ນໃນການກຽມອາຫານທີ່ມີໂພຊະນາການໃຫ້ແກ່ນັກຮຽນແມ່ນເປັນສິ່ງທີ່ດີຫຼາຍ.
ຂໍຂອບໃຈການຊ່ວຍເຫຼືອຈາກ 🇨🇭 ອົງການຮ່ວມມືສະວິດ ປະຈຳພາກພື້ນລຸ່ມແມ່ນ້ຳຂອງ, ທີ່ຊ່ວຍໃຫ້ເດັກນ້ອຍໄດ້ກິນອາຫານທ່ຽງໃນໂຮງຮຽນທີ່ສົດໃໝ່ ແລະ ມີໂພຊະນາການໃນທຸກໆມື້, ເພາະວ່າແມ່ຄົວຂອງໂຮງຮຽນ, ເຖິງແມ່ນວ່າສະພາບອາກາດຈະມີຄວາມທ້າທາຍປານໃດກໍ່ຕາມ, ກໍຍັງສາມາດສືບຕໍ່ປຸງແຕ່ງອາຫານດ້ວຍຄວາມເອົາໃຈໃສ່, ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບອາຫານໃນທຸກໆມື້. ການປ່ຽນແປງທີ່ເກີດຂຶ້ນຢູ່ອຸດົມໄຊ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ! 💙🍽️🏫
It is wonderful to see many schools in Oudomxay province upgrading their facilities, including kitchens and water systems, to create a better environment for preparing nutritious meals for schoolchildren.
Thanks to the generous support of the 🇨🇭Swiss Cooperation Mekong, children can enjoy fresh and nutritious school meals every day, because the school cooks, even in challenging weather conditions, can continue preparing meals with care, so every child gets their meal, everyday. Healthy children and cooks in Oudomxay are just the beginning! 💙🍽️🏫
11/08/2026
[English text below] 💡 ທ່ານຮູ້ ຫຼື ບໍ່ວ່າ... ອາຫານຫຼັກທີ່ຄົນລາວກິນເປັນປະຈຳ ກຳລັງຈະກາຍເປັນອາວຸດທີ່ດີເລິດໃນການຕ້ານພາວະການຂາດສານອາຫານ?🌾🇱🇦
ຢູ່ ສປປ ລາວ, ປະມານ 40% ຂອງແມ່ຍິງໃນໄວຈະເລີນພັນ ແລະ 44% ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແມ່ນປະເຊີນກັບພາວະເລືອດຈາງຍ້ອນຂາດທາດເຫຼັກ. ແຕ່ເນື່ອງຈາກອັດຕາການບໍລິໂພກເຂົ້າຢູ່ປະເທດເຮົາແມ່ນຈັດຢູ່ໃນເກນສູງສຸດເປັນອັນດັບຕົ້ນໆຂອງໂລກ, ການແກ້ໄຂບັນຫາດັ່ງກ່າວຈຶ່ງເລີ່ມຕົ້ນຈາກຈານເຂົ້າຂອງພວກເຮົາ!
ປັດຈຸບັນ, ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ (WFP) ໂດຍການສະໜັບສະໜູນຈາກ ລັດຖະບານ ອິນເດຍ ກຳລັງຮ່ວມມືກັນໃນການເພີ່ມສານອາຫານທີ່ຈຳເປັນ ເຊັ່ນ: ວິຕາມິນ, ທາດເຫຼັກ, ແລະ ທາດສັງກະສີ ເຂົ້າໃນເຂົ້າທີ່ຜະລິດພາຍໃນປະເທດ.
ໂຄງການນີ້ຖືເປັນຕົວຢ່າງອັນດີເລີດຂອງ ການຮ່ວມມື ໃຕ້-ໃຕ້ (South-South Cooperation), ໂດຍໄດ້ນຳໃຊ້ບົດຮຽນ ແລະ ຄວາມຊ່ຽວຊານຈາກ ປະເທດ ອິນເດຍ ເຊິ່ງເປັນປະເທດຜູ້ນຳດ້ານການເພີ່ມຈຸນລະສານອາຫານໃສ່ໃນເຂົ້າໃນລະດັບສາກົນມາສ້າງປະໂຫຍດໃຫ້ກັບ ສປປ ລາວ.
ນອກຈາກນີ້, ຜູ້ຊ່ຽວຊານຈາກ ອິນເດຍ ຍັງໄດ້ຊ່ວຍເຫຼືອດ້ານເຕັກນິກວິຊາການໃນການປະສົມ ເມັດເຂົ້າເສີມສານອາຫານ (Fortified Rice Kernels) ກັບເຂົ້າທີ່ຜະລິດໃນທ້ອງຖິ່ນ ຢູ່ທີ່ໂຮງສີເຂົ້າຂອງພາກເອກະຊົນພາຍໃນອີກດ້ວຍ.
💙 ກົດຕິດຕາມພວກເຮົາ ເພື່ອຮັບຊາບຄວາມຄືບໜ້າຂອງໂຄງການທີ່ໜ້າຕື່ນເຕັ້ນນີ້, ເຊິ່ງມີສັກກະຍະພາບສູງໃນການຫຼຸດຜ່ອນ ບັນຫາການຂາດໂພຊະນາການ ໃນຂອບເຂດທົ່ວປະເທດ!
💡 𝗗𝗶𝗱 𝘆𝗼𝘂 𝗸𝗻𝗼𝘄 𝘁𝗵𝗮𝘁 𝗟𝗮𝗼 𝗣𝗗𝗥’𝘀 𝗱𝗮𝗶𝗹𝘆 𝘀𝘁𝗮𝗽𝗹𝗲 𝗳𝗼𝗼𝗱 𝗶𝘀 𝗯𝗲𝗰𝗼𝗺𝗶𝗻𝗴 𝗮 𝗽𝗼𝘄𝗲𝗿𝗳𝘂𝗹 𝘄𝗲𝗮𝗽𝗼𝗻 𝗮𝗴𝗮𝗶𝗻𝘀𝘁 𝗺𝗮𝗹𝗻𝘂𝘁𝗿𝗶𝘁𝗶𝗼𝗻? 🌾🇱🇦
In Laos, roughly 40% of women of childbearing age and 44% of children under five suffer from iron deficiency anemia. Since rice consumption here is among the highest in the world, the solution for this problem is starting right on the dinner plate!
The Lao Government and the World Food Programme - supported by the government of India - are cooperating to enrich local rice with essential vitamins, iron, and zinc. In this great example of South-south cooperation, expertise from India, a leading country in rice fortification globally, is benefitting Laos. Amongst other components, Indian specialists are helping Laos mix local rice with enriched rice kernels, in local, private rice milling factories. 💙 Watch this space for further updates on this exciting project, with the potential to counter malnutrition on scale!
India in Lao PDR (Embassy of India, Vientiane)
United Nations Office for South-South Cooperation
ໂພຊະນາການ Pho Sa Na Kan
10/08/2026
[English below]
ຄະນະອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະ ທ່ານ ດຣ. ໄຊສົມພອມ ພົມວິຫານ, ປະທານ ສະພາແຫ່ງຊາດ.
ພວກເຮົາຂໍສະແດງຄວາມເສຍໃຈຢ່າງຈິງໃຈຕໍ່ຄອບຄົວ, ລັດຖະບານ ແລະ ປະຊາຊົນລາວທັງຊາດຕໍ່ການສູນເສຍຄັ້ງຍິ່ງໃຫຍ່ຄັ້ງນີ້. ຜົນງານ ແລະ ການນຳພາຂອງທ່ານ ໃນການສ້າງສາພັດທະນາປະເທດຊາດ ຈະຖືກຈາລຶກໄວ້ດ້ວຍຄວາມເຄົາລົບ ແລະ ນັບຖື.
----------
The United Nations Country Team in Lao PDR expresses our deepest condolences on the passing of H.E. Dr. Xaysomphone Phomvihane, President of the National Assembly.
We extend our heartfelt condolences to his family, the Government, and the people of Lao PDR during this time of grief. Dr. Xaysomphone's contributions to the nation's progress will be remembered with greatest respect. Together, we honour his lifelong service and the enduring legacy of his work.
10/08/2026
[English text below] ຄວາມຫຼາກຫຼາຍທາງດ້ານຊົນເຜົ່າຂອງ ສປປ ລາວ ແມ່ນພະລັງແຫ່ງຄວາມເຂັ້ມແຂງ, ຄວາມທົນທານ ແລະ ຄວາມຮັ່ງມີທາງດ້ານວັດທະນະທຳ. ເນື່ອງໃນໂອກາດວັນຊົນເຜົ່າພື້ນເມືອງສາກົນ, ອົງການອາຫານໂລກ (WFP) ສະເຫຼີມສະຫຼອງການປະກອບສ່ວນຂອງບັນດາຊົນເຜົ່າທົ່ວປະເທດ ແລະ ຂໍຢືນຢັນອີກຄັ້ງເຖິງຄວາມຄວາມມຸ່ງຫມັ້ນໃນການສົ່ງເສີມການເຂົ້າເຖິງຄວາມໝັ້ນຄົງດ້ານອາຫານ, ໂພຊະນາການ ແລະ ໂອກາດຢ່າງທົ່ວເຖິງ ແລະ ເທົ່າທຽມສຳລັບທຸກຄົນ. ຮ່ວມກັນ, ພວກເຮົາສາມາດສ້າງອານາຄົດທີ່ທຸກຄົນຈະກ້າວໄປຂ້າງໜ້າພ້ອມກັນ. 🌈
#ວັນຊົນເຜົ່າພື້ນເມືອງສາກົນ #ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ #ຄວາມໝັ້ນຄົງດ້ານອາຫານ #ສປປລາວ
Lao PDR's rich ethnic diversity is a source of strength, resilience, and cultural wealth. On the International Day of the World's Indigenous Peoples, WFP celebrates the contributions of ethnic communities across the country and reaffirms its commitment to promoting inclusive, equitable access to food security, nutrition, and opportunities for all. Together, we can build a future where no one is left behind. 🌈
10/08/2026
[English text below] ໜຶ່ງໃນວິທີທີ່ມີປະສິດທິພາບທີ່ສຸດໃນການແກ້ໄຂບັນຫາການຂາດໂພຊະນາການ ທີ່ຍັງຄົງສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍໃນ ສປປ ລາວ ແມ່ນການສົ່ງເສີມການລ້ຽງລູກດ້ວຍນົມແມ່. ເຊິ່ງເປັນວິທີທີ່ງ່າຍດາຍ ແຕ່ມີພະລັງ ແລະ ປະໂຫຍດທາງດ້ານສຸຂະພາບທີ່ດີໃຫ້ທັງແມ່ ແລະ ເດັກ. 👶✨
ຮ່ວມກັບລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມງານພັດທະນາ, ອົງການອາຫານໂລກ (WFP) ກຳລັງດຳເນີນງານຢ່າງຕັ້ງໜ້າເພື່ອປົກປ້ອງ ແລະ ສົ່ງເສີມການລ້ຽງເດັກຢ່າງເໝາະສົມໃນຊຸມຊົນທີ່ບອບບາງ ເພື່ອໃຫ້ປະກັນວ່າເດັກນ້ອຍທຸກຄົນໃນ ສປປ ລາວ ໄດ້ຮັບໂພຊະນາການທີ່ຖືກຕ້ອງ ແລະ ເໝາະສົມ!
One of the most effective ways to tackle malnutrition, which continues to affect child development in Lao PDR, is by promoting breastfeeding. It is a simple, powerful practice that brings lifelong health benefits to both mothers and children. 👶✨
Together with the Government of Lao PDR and local partners, the World Food Programme (WFP) is actively working to protect and promote optimal feeding practices across vulnerable communities ensuring every child in Lao PDR receives the right nutrition at the right time!
🌾
Category
Contact the organization
Telephone
Address
Vientiane
01160
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |
Alerts
Be the first to know and let us send you an email when World Food Programme posts news and promotions. Your email address will not be used for any other purpose, and you can unsubscribe at any time.