LAOS News Update

LAOS   News Update

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from LAOS News Update, Media/News Company, Champasak.

Photos from  LAOS   News Update  's post 09/09/2026

ສານຕັດສິນຄະດີ ສໍ້ລາດ ບັງຫວງ. ຄະດີຄໍລັບຊັ່ນ
ຈາກບົດຖະແຫຼງຄະດີສໍ້ລາດບັງຫຼວງ 8/9/2026 ສານປະຊາຊົນ ນະຄອນຫຼວງວຽງຈັນ. ຊູມອ່ານລາຍຊື່ເອົາເນີ່ ມັນຫຼາຍຄົນໂພດ.ຄ້ານພິມ👇👇

#ສານຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ມູນຄ່າເສຍຫາຍກວ່າ 2.000 ຕື້ກີບ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2 ເລື່ອງ, ເຊິ່ງມີຈຳເລີຍທັງໝົດ 10 ຄົນ ຍິງ 5 ຄົນ ທັງໝົດເປັນອະດີດພະນັກງານໃນຂົງເຂດທະນາຄານ.
ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການ ຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງສຳນວນຄະດີສໍ້ລາດບັງຫຼວງ ຄະດີທີ 1 ໃຫ້ຮູ້ວ່າ:
1. ທ້າວ ຄຳພຸດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ( ຈໍາເລີຍ 1 ) ອາຍຸ 59 ປີ ຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
2. ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ( ຈໍາເລີຍ 2 ) ຢູ່ບ້ານ ວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ທັງສອງໄດ້ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເອົາເງິນຕາຕ່າງປະເທດໃນຄັງ ສຳຮອງຂອງທະນາຄານແຫ່ງ ສປປ ລາວ ອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ, ສານລົງໂທດຕັດອິດສະລະພາບ ທ້າວ ຄໍາພຸດ ສິດທິລາດ ແລະ ທ້າວ ອ໋ອດ ຕະຫຼອດຊີວິດ ແລະ ປັບໃໝຜູ້ລະ 1% ຂອງມູນຄ່າຄວາມເສຍຫາຍ 2,296,456,087,286 ກີບ, ຮິບຊັບສິນ, ເງິນໃນບັນຊີ, ທີ່ດິນ, ແລະ ພາຫະນະ ຂອງພວກຈຳເລີຍ ເຂົ້າເປັນຂອງລັດ.
ສຳລັບ ທ້າວ ອ໋ອດ ເນື່ອງຈາກເສຍຊີວິດໃນລະຫວ່າງດຳເນີນຄະດີ ການປະຕິບັດໂທດທາງອາຍາ ຈຶ່ງຕົກໄປ.
ຄະດີທີ 2:
1 ທ້າວ ຄຳແກ້ວ ( ຈໍາເລີຍ1 ) ອາຍຸ 49 ປີ, ອະດີດພະນັກງານທະນາຄານ, ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ຊື້-ຂາຍເງິນຕາຕ່າງປະເທດກັບຜູ້ປະກອບການທຸລະກິດ ໂດຍບໍ່ສອດຄ່ອງກັບອັດຕາແລກປ່ຽນທີ່ໄດ້ກໍານົດໃນສັນຍາ ແລະ ເປັນຄະນະເກັບຊື້ເງິນຕາຕ່າງປະເທດໃນອັດຕາແລກປ່ຽນພິເສດ, ຊຶ່ງໄດ້ຜົນປະໂຫຍດຈາກບໍລິສັດ ເປັນເງິນຈໍານວນ 95,459.97 ໂດລາສະຫະລັດ ແລະ ຈໍານວນ 1,000,000 ບາດ; ພາຍຫຼັງທີ່ໄດ້ເງິນກໍໄດ້ນໍາໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ນໍາໄປຝາກທະນາຄານ, ຈໍາເລີຍ1 ມີຄວາມຜິດທາງອາຍາ ຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ສານຕັດສິນລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

2. ນາງ ຄໍາຫຼ້າ ( ຈຳເລີຍ2 ) ອາຍຸ 39 ປີ, ອາຊີບອະດີດພະນັກງານທະນາຄານ ຢູ່ບ້ານ ນາແຄ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບເອົາເງິນສິນບົນຈາກບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ລວມເປັນເງິນທັງໝົດ ຈໍານວນ 180,000,000 ກີບ ເຊິ່ງມີຄວາມຜິດທາງອາຍາ ໃນຂໍ້ຫາ ການສໍ້ລາດບັງຫຼວງໃນສະຖານ ການຮັບສິນບົນ, ລົງໂທດຕັດອິດສະລະພາບ 7 ປີ, ແຕ່ຈໍາເລີຍ2 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

3. ທ້າວ ບຸນລ້ວນ ( ຈຳເລີຍ 3 ) ອາຍຸ 59 ປີ, ອາຊີບ ອະດີດພະນັກງານທະນາຄານ, ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ຫາຜົນປະໂຫຍດໂດຍການຕໍ່ລອງກັບຜູ້ທີ່ມາສະເໜີຂໍແລກປ່ຽນເງິນຕາ, ຊຶ່ງໄດ້ຮັບຜົນປະໂຫຍດ ຈໍານວນ 24,125,783,450 ກີບ (ຊາວສີ່ຕື້ໜຶ່ງຮ້ອຍຊາວຫ້າລ້ານເຈັດແສນແປດສິບສາມພັນສີ່ຮ້ອຍຫ້າສິບກີບ), ຈາກນັ້ນ ກໍໄດ້ນໍາເງິນໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ລົງທຶນຮ່ວມທຸລະກິດ. ຈໍາເລີຍ3 ຈຶ່ງມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່, ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ, ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

4. ນາງ ສຸກທາດາ ( ຈໍາເລີຍ4 )ອາຍຸ 41 ປີ, ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄວາມຜິດທາງອາຍາ ໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ4 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ ຍັງເຫຼືອໂທດຕັດອິດສະລະພາບ 16 ປີ, ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

5. ທ້າວ ຢ່າງຈຸ ຕົ່ງຊາ( ຈໍາເລີຍ5 ) ອາຍຸ 35 ປີ ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ 6. ນາງ ມະນີລັກ ( ຈໍາເລີຍ6 ) ອາຍຸ 35 ປີ ອາຊີບ ອະດີດພະນັກງານທະນາຄານ, ຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ນາງ ວົງສາ ( ຈໍາເລີຍ8 )ອາຍຸ 34 ປີ, ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ພວກກ່ຽວມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ5,6,8 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 3 ປີ, ຍັງເຫຼືອໂທດຕັດອິດສະລະພາບ ຜູ້ລະ 17 ປີ ແລະ ປັບໃໝ ຜູ່ລະ 1% ຂອງມູນຄ່າຄວາມເສຍຫາຍ.
7. ທ້າວ ບຸນຖົມ ( ຈໍາເລີຍ7 )ອາຍຸ 36 ປີ ອະດີດພະນັກງານທະນາຄານ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນການ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
8. ນາງ ສຸທິດາ ( ຈໍາເລີຍ9 ) ອາຍຸ 30 ປີ ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານ ສະພັງເມີກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ມີຄວາມຜິດ ໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ 9 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ, ຍັງເຫຼືອໂທດຕັດອິດສະລະພາບ 16 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
ນອກຈາກນີ້, ຍັງໄດ້ລົງໂທດຮິບຊັບພວກຈໍາເລີຍ ເຊັ່ນ: ເງິນໃນບັນຊີ, ທີ່ດິນ ແລະ ພາຫະນະ ເຂົ້າເປັນຂອງລັດ.
® ໂດຍ: ບ່າວດອນຂຽວ

09/09/2026

ພຣະອະຣິຍະເມຕໄຕຣຍ໌ ຍັງບໍ່ທັນມາເກີດເທື່ອເດີ.
ສະຕິເດີຊາວພຸດ.

Photos from  LAOS   News Update  's post 09/09/2026

ຄຸກຕລອດຊີວິດນັກປັ່ນເລສເງິນ
ຫົວໂປ່ປັ່ນເລສເງີນ ທ້າວ ຄຳພຸດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ( ຈໍາເລີຍ 1 ) ອາຍຸ 59 ປີ ຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
ໄດ້ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເອົາເງິນຕາຕ່າງປະເທດໃນຄັງ ສຳຮອງຂອງທະນາຄານແຫ່ງ ສປປ ລາວ ອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ, ສານລົງໂທດຕັດອິດສະລະພາບ ທ້າວ ຄໍາພຸດ ສິດທິລາດ ຕະຫຼອດຊີວິດ ແລະ ປັບໃໝຜູ້ລະ 1% ຂອງມູນຄ່າຄວາມເສຍຫາຍ 2,296,456,087,286 ກີບ, ຮິບຊັບສິນ, ເງິນໃນບັນຊີ, ທີ່ດິນ, ແລະ ພາຫະນະ ຂອງພວກຈຳເລີຍ ເຂົ້າເປັນຂອງລັດ.

ສານ❗️ຕັດສິນຈຳຄຸກຕະຫລອດຊີວິດ ທ້າວ ຄຳພຸດ ສິດທິລາດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ແລະ ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຖານຄວາມຜິດສໍ້ລາດບັງຫລວງທະນາຄານ ເອົາເງິນຕາມາປັ່ນເລດເງິນເຮັດໄຫ້ເງິນອ່ອນຄ່າ.

Photos from  LAOS   News Update  's post 09/09/2026

ອຸທາຫອນການຕື່ມລົມຢາງລົດ
ຖ້າຫາກບໍ່ມີເຄື່ອງວັດລົມຕ້ອງໃຫ້ຊ່າງຕື່ມໃຫ້.

ເກີດເຫດ ເຕີມລົມຢາງລົດໄຖ ແລ້ວຢາງເກີດແຕກໃສ່ ເສຍຊີວິດຄາທີ່ ຕອນແລງວັນທີ8/9/2026 ຢູ່ບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ .

#ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດເດີ.
RIP

08/09/2026

🚨! ອຸບັດຕິເຫດ
ລົດໃຫຍ່ເສຍຫຼັກ ເຈີດຕໍາເຂົ້າຮ້ານ ແລະ ລົດ ເສຍຫຼາຍຫລາຍຄັນ
ວັນທີ8/9/2026 ເກິດອຸບັດຕິເຫດລົດຕຳກັນຫລາຍຄັນ ຢູ່ເມືອງດາກຈຶງ ແຂວງເຊກອງ ..👇

08/09/2026

🚰ນ້ຳປະປາຈຳປາສັກທຸລະກິດລັດ 100% ໃນປີ 2025ຂາດທຶນ 5.57 ຕື້ກີບ ເລັ່ງແກ້ນ້ຳສູນເສຍ ແລະ ປັບປຸງລະບົບ

ທ່ານ ຄຳພູນ ເທບສຸວັນ, ຮັກສາການຜູ້ອຳນວຍການລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ ລາຍງານ ວັນທີ 3 ກັນຍາ 2026 ເນື່ອງໃນໂອກາດ ທ່ານ ປອ. ສຸກສະຫວັນ ວິໄລວົງ, ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ວຽກງານຢູ່ລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ ວ່າ: ວິສາຫະກິດເປັນລັດວິສາຫະກິດທີ່ລັດຖືຮຸ້ນ 100% ແລະ ປັດຈຸບັນໃຫ້ບໍລິການຢູ່ 1 ນະຄອນ ແລະ 4 ເມືອງ ຄື ນະຄອນປາກເຊ, ເມືອງໂຂງ, ຈຳປາສັກ, ໂພນທອງ ແລະ ຊະນະສົມບູນ.

ມີຜູ້ໃຊ້ນ້ຳ 32,256 ໝໍ້ແທກ, ກວມເອົາ 65,53% ຂອງປະຊາກອນໃນເຂດບໍລິການ ແລະ ມີໂຮງງານຜະລິດນ້ຳປະປາ 6 ແຫ່ງ. ປີ 2025 ຜະລິດນ້ຳກວ່າ 10 ລ້ານແມັດກ້ອນ ແຕ່ສູນເສຍ 30% ລະບົບສາມາດຜະລິດນ້ຳໄດ້ 10,264,651 ແມັດກ້ອນ, ຂາຍໄດ້ 7.141.990 ແມັດກ້ອນ ແລະ ມີນ້ຳເສຍ/ສູນເສຍປະມານ 30% ຫຼື 2,271,171 ແມັດກ້ອນ.
ຂະນະທີ່ດ້ານການເງິນ ສາມາດຈັດເກັບລາຍຮັບໄດ້ 40,780,117,856 ກີບ, ມີລາຍຈ່າຍ 46,350,971,339 ກີບ ແລະ ຂາດທຶນ 5,570,583,480 ກີບ.
ສາເຫດຫຼັກມາຈາກໂຄງສ້າງລາຄານ້ຳປະປາຍັງບໍ່ທັນປັບຕາມກົນໄກຕະຫຼາດ ໃນຂະນະທີ່ຕົ້ນທຶນອຸປະກອນ, ວັດຖຸດິບ ແລະ ໄຟຟ້າສູງຂຶ້ນ.

ໂຮງງານຜະລິດນ້ຳປະປາໂພນສະຫວັນ ກໍ່ຕັ້ງມາແຕ່ປີ 1971 ແລະ ມີກຳລັງຜະລິດຕາມການອອກແບບ 15,000 ແມັດກ້ອນ/ວັນ, ແຕ່ປັດຈຸບັນຜະລິດຕົວຈິງເຖິງ 24,671 ແມັດກ້ອນ/ວັນ.

ສະພາບການນຳໃຊ້ໂຮງງານເກີນກຳລັງອອກແບບ ປະກອບກັບບັນຫາລະບົບເກົ່າ ເຮັດໃຫ້ພົບບັນຫານ້ຳຂຸ້ນໃນລະດູຝົນ, ແຮງດັນນ້ຳຕ່ຳ ແລະ ໄຟຟ້າບໍ່ສະໝ່ຳສະເໝີ. ບາງເຂດຫ່າງໄກຍັງບໍ່ສາມາດສະໜອງນ້ຳໄດ້ຄົບ 24 ຊົ່ວໂມງ.
ເພື່ອແກ້ໄຂບັນຫາ, ລັດວິສາຫະກິດໄດ້ເພີ່ມການກວດກາຄຸນນະພາບນ້ຳ, ລ້າງອ່າງນອນ 4 ຄັ້ງ/ເດືອນ, ລ້າງນ້ຳຕາມທໍ່ 388 ຈຸດ, ສ້ອມແປງທໍ່ແຕກ 1,471 ຈຸດ ແລະ ປ່ຽນໝໍ້ແທກນ້ຳ 347 ໜ່ວຍ.
ພ້ອມນີ້ ໄດ້ສະເໜີໃຫ້ແຂວງພິຈາລະນາປັບໂຄງສ້າງລາຄານ້ຳປະປາໃຫ້ເໝາະສົມຕາມກົດໝາຍ ແລະ ຊຸກຍູ້ທຶນຈາກ JICA ແລະ EDCF ເພື່ອຂະຫຍາຍກຳລັງຜະລິດຢູ່ໂຮງງານໂພນສະຫວັນ ແລະ ເຂດເມືອງຈຳປາສັກ.

ທ່ານ ປອ. ສຸກສະຫວັນ ວິໄລວົງ ໄດ້ຊົມເຊີຍຄວາມພະຍາຍາມຂອງຄະນະອຳນວຍການ ແລະ ພະນັກງານ-ກຳມະກອນ ພ້ອມກຳຊັບໃຫ້ສຸມໃສ່ວຽກສຳຄັນ ຄື:

ແກ້ໄຂບັນຫານ້ຳຂຸ້ນ ໃນລະດູຝົນ ແລະ ເພີ່ມແຮງດັນນ້ຳໃຫ້ເຂດຫ່າງໄກ ແລະ ເຂດສູງ.
ຫຼຸດນ້ຳສູນເສຍ ດ້ວຍການເຂັ້ມງວດກວດກາການສູບນ້ຳ ແລະ ຕໍ່ນ້ຳທີ່ບໍ່ຖືກຕ້ອງ, ສ້ອມແປງທໍ່ແຕກ-ທໍ່ຮົ່ວ ແລະ ປ່ຽນໝໍ້ແທກທີ່ເສື່ອມສະພາບ.
ປັບປຸງປະສິດທິພາບວິສາຫະກິດ ດ້ວຍການຫຼຸດລາຍຈ່າຍທີ່ບໍ່ຈຳເປັນ, ຄົ້ນຄວ້າປັບໂຄງສ້າງລາຄານ້ຳປະປາຕາມກົດໝາຍ ແລະ ເລັ່ງຕິດຕາມໂຄງການ EDCF–JICA ໃຫ້ສາມາດຂະຫຍາຍໂຮງງານໄດ້ຕາມແຜນ.
®! ລາວພັດທະນາ

Photos from  LAOS   News Update  's post 08/09/2026

ເກິດເຫດ ໄວໜຸ່ມຕົກຕຶກເສຍຊີວິດວັນທີ7/9/2026 ຢູ່ບໍ່ເຕັນ.ແຂວງຫຼວງນ້ຳທາ..ສ່ວນສາເຫດຍັງບໍ່ຮູ້ລະອຽດເທື່ອ.
⤵️

Photos from  LAOS   News Update  's post 08/09/2026

#ໂຈນບໍ່ຢ້ານບາບ
ເຫດໂຈນບຸກວັດໄປລັກເອົາເງິນ‼️

ເມື່ອທ່ຽງຄືນຂອງມື້ນີ້ ວັນທີ 8 ກັນຍາ 2026 ໄດ້ມີໂຈນເຂົ້າມາລັກເຄື່ອງໃນວັດໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຊ່ວງທ່ຽງຄືນ ເວລາ 00 ໂມງ ໄດ້ລັກເອົາຕູ້ບໍລິຈາກຈຳນວນ 1 ໜ່ວຍ (ມີເງິນຈຳນວນໜຶ່ງ)
ພ້ອມກັນນັ້ນເຮືອນຍາດໂຍມຂ້າງວັດກະຖືກລັກຕັດສາຍໄຟ ເສຍຫາຍຫຼາຍສິບລ້ານ...

Photos from  LAOS   News Update  's post 08/09/2026

#ມ້າງບ່ອນຫຼິ້ນການພະນັນ ຢູ່ເມືອງສີສັດຕະນາກ ນວ ຈັບຜູ້ຖືກຫາ 2 ຄົນ ພ້ອມຍຶດໂຕະຫຼີ້ນໄພ້ 40 ໂຕະ.

#ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເປີດປະຕິບັດການບຸກກວດລ້າງບ່ອນພະນັນຜິດກົດໝາຍຂະໜາດໃຫຍ່ ເຊິ່ງລັກລອບເປີດຊ້ອນໂຕນຢູ່ພັດທາຄານແຫ່ງໜຶ່ງ ຢູ່ເມືອງສີສັດຕະນາກ, ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ແລະ ຍຶດອຸປະກອນການຫຼິ້ນພະນັນໄດ້ຈໍານວນຫຼາຍ.

#ປະຕິບັດການດັ່ງກ່າວແມ່ນໃນວັນທີ 5 ກັນຍາ 2026, ໂດຍກຳລັງເຈົ້າໜ້າທີ່ສະເພາະກິດ ກະຊວງ ປກສ ໄດ້ເຂົ້າກວດຄົ້ນ ຢູ່ພັດທະຄານ ເຟື່ອງຟ້າ ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ; ຜ່ານການກວດຄົ້ນ, ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຄື: ຄົນລາວ 1 ຄົນ ແລະ ຄົນເກົາຫຼີໃຕ້ 1 ຄົນ.

#ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ຍັງສາມາດຍຶດຂອງກາງທີ່ໃຊ້ເຂົ້າໃນການຫຼິ້ນພະນັນໄດ້ຫຼາຍລາຍການ, ລວມມີ: ໂຕະສຳລັບຫຼິ້ນໄພ້ ປົກເກີ 40 ໂຕະຊິບ (Chip) ແລກປ່ຽນເງິນພະນັນ 7.840 ຊິບໄພ້ 976 ຊຸດ, ຄອມພິວເຕີຕັ້ງໂຕະ 6 ຊຸດ, ໂຕະນ້ອຍ (ຮູບມົນ) 12 ຊຸດ, ຈໍ LED ຂະໜາດໃຫຍ່ 1 ຊຸດ.

#ນອກຈາກອຸປະກອນດັ່ງກ່າວແລ້ວ, ເຈົ້າໜ້າທີ່ຍັງພົບເຫັນ ໃບອະນຸຍາດຜູ້ສ້າງຕັ້ງຫົວໜ່ວຍກິລາ ປະເພດປົກເກີ (ໝາກລຸກ) ເຊິ່ງລະບຸຊື່ ທ້າວ ແກ້ວອາລຸນ ແສ່ງດາລາ, ອາຍຸ 36 ປີ, ອາຊີບຄ້າຂາຍ, ຢູ່ບ້ານວັງຊາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

#ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອນຳຕົວຜູ້ກະທຳຜິດ ແລະ ຜູ້ຢູ່ເບື້ອງຫຼັງ ມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
#ຂ່າວ ປກສ

Photos from  LAOS   News Update  's post 08/09/2026

#ຈັບຕົວສະແກມເມີ 43 ຄົນ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້

ໃນວັນທີ 6 ກັນຍາ 2026 ນີ້, ເຈົ້າໜ້າທີ່ສະເພາະກິດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ລົງແກ້ໄຂກຸ່ມແກ້ງກໍ່ອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ຕັ້ງຢູ່ບ້ານໜອງວຽງຄໍາ ຮ່ອມ 3 ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການກວດຄົ້ນໂຮງແຮມ ທັນສະໄໝ ຢູໂຈ້ ຊັ້ນ 4 ແລະ ຊັ້ນ 7 ສາມາດກັກຕົວຜູ້ຖືກຫາ ໄດ້ຈໍານວນ 43 ຄົນ, ຍິງ 4 ຄົນ, ມີ 2 ສັນຊາດຄື ສັນຊາດ ຈີນ 41 ຄົນ, ຍິງ 3 ຄົນ, ຈີນ-ຮົງກົງ 2 ຄົນຍິງ 1 ຄົນ ແລະ ຍຶດຂອງກາງໄດ້ລາຍການຄື: ຄອມພິວເຕີຕັ້ງໂຕະ 2 ໜ່ວຍ, ໂນດບຸກ 43 ໜ່ວຍ, ໂທລະສັບມືຖື 468 ໜ່ວຍ, ເຄັດຄອມ 2 ອັນ ແລະ ຄອມພິວເຕີ 1 ອັນ.

ຕໍ່ກັບເຫດການດັ່ງກ່າວ, ປັດຈຸບັນເຈົ້າໜ້າທີ່ກໍາລັງດໍາເນີນການສຶບສວນ-ສອບສວນຕໍ່ເປົ້າໝາຍດັ່ງກ່າວຕາມລະບຽບກົດໝາຍ

ໃນໂອກາດນີ້ ຂໍສະແດງຄວາມຂອບໃຈມາຍັງປະຊາຊົນ ແລະ ພົນລະເມືອງດີ ທີ່ແຈ້ງບໍ່ແສສໍາຄັນກ່ຽວກັບຂໍ້ມູນໃຫ້ທາງເຈົ້າໜ້າທີ່ຕໍາຫຼວດ. ອີກເທື່ອໜຶ່ງຂໍຮຽກຮ້ອງມາຍັງທົ່ວສັງຄັມ ຈົ່ງມີສະຕິລະວັງຕົວໃນການໃຊ້ສື່ສັງຄົມອອນລາຍຊ່ອງທາງຕ່າງໆ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງ ກຸ່ມອາຊະຍະກໍາທາງອິນເຕີເນັດ ແລະ ຖ້າພົບເຫັນບຸກຄົນ ຫຼື ນິຕິບຸກຄົນທີ່ສົງໃສວ່າເປັນການກໍ່ອາຊະນະກໍາທາງອິນອີນເຕີເນັດ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕໍາຫຼວດທີ ເບີສາຍດ່ວນ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.

Cr: ກົມສື່ມວນຊົນ ປກສ

Website

Address


Champasak