LabdorK
Contact information, map and directions, contact form, opening hours, services, ratings, photos, videos and announcements from LabdorK, Sports Event, Vientiane.
30/07/2026
Let’s go people
ປີນີ້ພວກເຮົາເດີນທາງມາຮອດປີທີ 25 ແລ້ວ .!! ກັບລາຍການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ທີ່ເກົ່າແກ່ ແລະ ຍາວນານທີ່ສຸດ ອີກລາຍການໜຶ່ງ .!
“25th Beerlao Badminton Open 2026”
ລາຍການນີ້ ເປັນທີ່ຮູ້ຈັກກັນດີ ຂອງບັນດາສະໂມສອນ ແລະ ນັກກິລາທົ່ວປະເທດ ເຊິ່ງເປັນຈຸດນັດໝາຍ 1 ປີ ຈະມາຮ່ວມຕົວກັນຢູ່ເວທີນີ້.
ພິເສດ..! ປີນີ້ ເພີ່ມລາຍການແຂ່ງຂັນອີກ 4 ລາຍການສະໜັກຫຼີ້ນ, ເພື່ອໃຫ້ມວນຊົນ ຄົນທີ່ມັກໃນກິລາດອກປີກໄກ່, ຄົນທີ່ອອກກຳລັງກາຍຫຼີ້ນກິລານີ້ເປັນປະຈຳ ຫຼືວ່າ ມືສະໝັກຫຼີ້ນ ໄດ້ເຂົ້າຮ່ວມການແຂ່ງຂັນລາຍການຊິງແຊ້ມປະເທດລາວ.
ເປີດຮັບສະໜັກແລ້ວ: ນັບແຕ່ມື້ນີ້ຈົນເຖິງ 20 / 8 / 2026
👇🏻👇🏻ກົດລີ້ງ ເພື່ອສະໜັກ👇🏻👇🏻
ຫຼື ສອບຖາມເພີ່ມເຕີ່ມ ປະເມີນມື: 02057279989
https://badmintonthaimatch.com/2026/beerlao_open/index.php
ຄຳເຕືອນ: ສະໜັກຊ້າ ລະວັງເຕັມ..!!
ສຸດທ້າຍນີ້ ຂໍຂອບໃຈ ບໍລິສັດເບຍລາວ ຈຳກັດ ທີ່ໃຫ້ການສະໜັບສະໜູນຕະຫຼອດໄລຍະທີຜ່ານມາ ແລະກໍຕະຫຼອດໄປ.
ຂໍຂອບໃຈ ຢ່າລື່ມ ມາຮ່ວມແຂ່ງຂັນນຳກັນຫຼາຍໆເດີ..!!
#ກິລາດອກປີກໄກ່
#แบ็ดเว็บ #ແຂ່ງເວັບ #
29/07/2026
ມື້ນີ້🇱🇦 ໂນ້/ຄິມ ແຂ່ງ13:35(ໂມງລາວເດີ້) ຈະພົບກັບ ມາເລເຊຍ🇲🇾
ລິ້ງເກົ່ານີ້ເດີ້ ຄອດ(3) ຝາກອ້າຍນ້ອງລາວເຊຍໂນ້/ຄິມອີກແນ່ເດີ້
https://www.youtube.com/live/4GaroWT7Ink?si=ij9p1j8BTTrVhTe9
28/07/2026
ຂໍໂທດຫລາຍໆ ເນັດບໍ່ໄດ້ Live ແລ້ວລະຕັດ ເບິ່ງຢູ່ນີ້ແທນເດີ້ ບໍ່ບອກຜົນເຊຍນຳກັນເດີ້🇱🇦
Philippine International Challenge 2026 - MD Qua (R1) Philippine International Challenge 2026 - MD Qua (R1) Namboun Luang...
Cheer No + Khim 😅😅
25/07/2026
🏸🏸🏸
25th Beerlao Badminton Open 2026 ການແຂ່ງຂັນກິລາດອກປີກໄກ່ລາຍການໃຫຍ່ທີ່ສຸດໃນປະເທດ ຄັ້ງທີ 25 ປະຈຳປີ 2026.
ສະຫະພັນແຫ່ງຊາດ ຂໍເຊີນຊວນນັກກິລາ ແລະ ບັນດາ ສະມາຊິກ ສະໂມສອນດອກປີກໄກ່ທົ່ວປະເທດ ເຂົ້າຮ່ວມແຂ່ງຂັນຮ່ວມພິສູດຝີມື, ສ້າງປະສົບການ ແລະ ຊີງຄວາມເປັນເລີດໄປນຳກັນ!
📢 ເປີດຮັບສະໝັກຕັ້ງແຕ່ມື້ນີ້ ຫາ ວັນທີ 20 ສິງຫາ 2026 ເທົ່ານັ້ນ!
🏸 ປະເພດການແຂ່ງຂັນ (National Ranking)
* U13 (ຊາຍດ່ຽວ/ຍິງດ່ຽວ)
* U15 (ຊາຍດ່ຽວ/ຍິງດ່ຽວ/ຊາຍຄູ່/ຍິງຄູ່)
* U17 (ຊາຍດ່ຽວ/ຍິງດ່ຽວ/ຊາຍຄູ່/ຍິງຄູ່/ຄູ່ປະສົມ)
* U19 (ຊາຍດ່ຽວ/ຍິງດ່ຽວ/ຊາຍຄູ່/ຍິງຄູ່/ຄູ່ປະສົມ)
* Open (ຊາຍດ່ຽວ/ຍິງດ່ຽວ/ຊາຍຄູ່/ຍິງຄູ່/ຄູ່ປະສົມ)
* ສະເພາະນັກກິລາທີ່ຢູ່ໃນ ສະໂມສອນ ທີເປັນສະມາຊິກ ຂອງ ສດລ ເທົ່ານັ້ນ
* ສະໜັກຜ່ານ ລະບົບຂອງສະຫະພັນແຫ່ງຊາດເທົ່ານັ້ນ.
🏸 ປະເພດການແຂ່ງຂັນ (ມືສະໜັກຫຼີ້ນ)
* BG/S- (32ທີມ)
* S-/S (32ທີມ)
* S/N (32ທີມ)
* N/P- (16ທີມ)
*ປະເທດມືສະໜັກຫຼີ້ນຈະເປີດຮັບວັນທີ 1 ສິງຫາ 2026 ເປັນຕົ້ນໄປ.
*ນັກກິລາທົ່ວໄປ ບໍ່ມີສັງກັດກໍ່ສາມາດລົງແຂ່ງຂັນໄດ້
🗓 ວັນທີແຂ່ງຂັນ: 27–30 ສິງຫາ 2026
📍 ສະຖານທີ່: ເດີ່ນດອກປີກໄກ່ເສດຖາ (ບຶງຂະຫຍອງ)
ມາຮ່ວມສ້າງປະຫວັດສາດໃນການແຂ່ງຂັນຄັ້ງພິເສດ ຄົບຮອບ 25 ປີ ຂອງ Beerlao Badminton Open ແລະ ພົບກັບບັນຍາກາດການແຂ່ງຂັນສຸດເຂັ້ມຂົ້ນ ທີ່ລວມຍອດນັກກິລາຈາກທົ່ວປະເທດ. ແລະ ພາຍໃນງານຍັງມີກິດຈະກຳແຈກຂອງທີລະນຶກ ຄົບຮອບ 25 ປີ ຈາກ ບໍລິສັດເບຍລາວ, ອຸປະກອນກິລາຈາກ ບໍລິສັດ GXS Laos ແລະ ອື່ນໆອີກຫຼາກຫຼາຍ…
🙏 ສະຫະພັນກິລາດອກປີກໄກ່ແຫ່ງຊາດ ຂໍຂອບໃຈ ບໍລິສັດ ເບຍລາວ ເປັນຢ່າງຍິ່ງ ທີ່ໄດ້ໃຫ້ການສະໜັບສະໜູນການແຂ່ງຂັນກິລາດອກປີກໄກ່ລາວ ຢ່າງຕໍ່ເນື່ອງຕະຫຼອດ 25 ປີ.
ສອບຖາມຂໍ້ມູນເພີ່ມເຕີ່ມ: 02097455355
#ຄັ້ງທີ25
#ແຂ່ງຂັນກິລາດອກປີກໄກ່ #ກິລາດອກປີກໄກ່
24/07/2026
Let’go Labdork
22/07/2026
Labdork ບໍ່ພ້ອມປານໃດ..🎯
ນັກກິລາພ້ອມບໍ່???
#2026
#ເບຍລາວ #ຄົບຮອບ25ປີ
Physical exercise on football field 💪🤸
ເມື່ອຍບໍ່…?
ຕອບ: ລອງມາເຮັດເບິ່ງແມະ (ສຽງໃນຫົວເດັກໆ) 😁
#ກິລາດອກປີກໄກ່
Click here to claim your Sponsored Listing.
Category
Contact the business
Telephone
Website
Address
Vientiane